ກ່ຽວກັບໂຄງການ
ໂຄງການ STORIES from ເປັນໂຄງການສ່ວນຕົວ ແລະ ບໍ່ມີຈຸດປະສົງສະແຫວງຫາຜົນກໍາໄລ. ມີເປົ້າຫມາຍເພື່ອຖ່າຍທອດຜູ້ຄົນໃນ ສ.ປ.ປ.ລາວ ຜ່ານທາງຮູບພາບ ແລະ ພຶດຕະກຳການສຳພາດຂອງພວກເຂົາ. ຜູ້ຄົນທີ່ຢູ່ໃນໂຄງການແມ່ນຈະຖືກຖາມຄຳຖາມທົ່ວໄປກ່ຽວກັບອາຊີບ ແລະ ຄວາມຊຳນານຂອງຕົນເອງ. ນອກນັ້ນ ຍັງປະກອບມີ ທັດສະນະຄະຕິ, ແນວຄິດ ຫຼື ມຸມມອງຂອງພວກເຂົາ. ອີກທັງບາງຄຳຖາມຍັງເປັນຄຳຖາມທີ່ທຸກຄົນໃຊ້ຖາມກັນທົ່ວໄປ.
ມັນບໍ່ແມ່ນການປະເມີນຄຳຕອບແຕ່ຢ່າງໃດ! ຄຳຕອບຂອງຄຳຖາມເຫຼົ່ານັ້ນມີຈຸດປະສົງຫຼັກເພື່ອໃຊ້ຖາມຜູ້ຄົນທີ່ຢູ່ຕ່າງປະເທດ ຫຼື ມີວັດທະນາທຳທີ່ຕ່າງກັນ ເພື່ອເປັນຊ່ອງທາງໃຫ້ພວກເຂົາໄດ້ປຽບທຽບລະຫວ່າງມຸມມອງຂອງພວກເຂົາຕໍ່ກັບຕົນເອງ. ຍ້ອນແນວນີ້ ທຸກຄົນຈຶ່ງສາມາດຕັດສິນໃຈໄດ້ວ່າມຸມມອງຂອງຕົນເອງຄ້າຍຄືກັບເຂົາເຈົ້າຫຼືບໍ່ຜ່ານການປຽບທຽບ.
STORIES from ແມ່ນຕັ້ງໃຈຢາກນຳເອົາສັງຄົມຂອງຄົນໃນລາວເຂົ້າໃກ້ກັບຜູ້ອ່ານໃຫ້ຫຼາຍຂຶ້ນ. ວ່າຊີວິດການເຮັດວຽກພວກເຂົາເປັນຈັງໃດ, ການດຳລົງຊີວິດສ່ວນຕົວຂອງພວກເຂົາເປັນຈັງໃດ, ...? ຕາມຫຼັກການແລ້ວ, ຄວາມຄ້າຍຄືກັນຈະຖືກສະແດງໃຫ້ຜູ້ອ່ານເຫັນເຖິງແມ່ນວ່າຈະບໍ່ມີວັດທະນະທຳອັນດຽວກັນກໍຕາມ. STORIES from ຫວັງຢ່າງຍິ່ງວ່າຈະມີສ່ວນຊ່ວຍເຫຼືອໃຫ້ວັດທະນະທຳທີ່ຕ່າງກັນສາມາດເຂົ້າໃຈອີກວັດທະນະທຳໄດ້ຫຼາຍຂຶ້ນ ແລະ ໄດ້ສຳນຶກຄິດອີກຄັ້ງ ຫຼື ບາງທີກໍໄດ້ທົບທວນຄວາມຄິດດ້ານລົບໄປນຳ.
ຄຳຖາມເຫຼົ່ານີ້ໄດ້ຖືກຖາມ-ຕອບເປັນພາສາລາວ ແລະ ໄດ້ຮັບການແປດີທີ່ສຸດເທົ່າທີ່ຈະເຮັດໄດ້. ຂ້ອຍຢາກສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ນ້ຳຂີງ (Namkhing). ຜູ້ທີ່ບໍ່ໄດ້ຊ່ວຍຂ້ອຍພຽງແຕ່ການສຳພາດໃນປະເທດລາວ ແລະ ຊ່ວຍແປຜູ້ເຂົ້າຮ່ວມເທົ່ານັ້ນ. ແຕ່ຍັງໄດ້ຊ່ວຍໃນການນັດຫມາຍການສຳພາດຂອງຜູ້ຖືກສຳພາດທັງຫຼາຍນຳ. ໂຄງການນີ້ຄົງຈະເປັນແມ່ນຫຍັງທີ່ຍາກຫຼາຍ ຖ້າປາສະຈາກການຊ່ວຍເຫຼືອ ແລະ ຂາດການຮ່ວມມືຈາກລາວ. ຂໍຂອບໃຈຫຼາຍໆສຳລັບທັງຫມົດ!
ຂ້ອຍຮູ້ສຶກຂອບໃຈຫຼາຍທີ່ໄດ້ຮັບການໄວ້ເນື້ອເຊື່ອໃຈຈາກຜູ້ເຂົ້າຮ່ວມທຸກຄົນ. ຍ້ອນແນວນັ້ນ, ມັນຈຶ່ງເປັນບົດບາດໜ້າທີ ແລະ ຄວາມຮັບຜິດຊອບຂອງຂ້ອຍຕໍ່ກັບຄຳຕອບ ແລະ ຮູບຖ່າຍຂອງພວກເຂົາ. ເຊິ່ງມີການຢືນຢັນການຍິນຍອມການນຳໃຊ້ຂໍ້ມູນຂອງຜູ້ເຂົ້າຮ່ວມທຸກຄົນ.
ຫາກຕ້ອງການຕິດຕໍ່ ກະລຸນາສົ່ງ ອີ-ເມວມາທາງ:
stories.from.atw@gmail.com
